Go to content

Brand Campaign

ກ້າວຕໍ່ໄປ ເພື່ອໃຫ້ເກີດແຮງບັນດານໃຈ.

ເກຍຊ່ວຍໃຫ້ເຈົ້າກ້າວຕໍ່ໄປ ແລະ ຄົ້ນພົບສິ່ງໃໝ່ໆ.
ກ້າວຕໍ່ໄປ ເພື່່ອໃຫ້ເກີດແຮງບັນດານໃຈ.

ຄວາມຄິດສ້າງສັນເກີດຂື້ນມາໂດຍບໍ່ຄາດຄິດ ແລະ ການຄົ້ນຄິດບໍ່ແມ່ນໃຊ້ພຽງເວລາສັ້ນໆ. ມັນເປັນການເດີນທາງທີ່ຍາວໄກເພື່ອການຄົ້ນພົບ.
ເພື່ອຊອກຫາສິ່ງເລົ່ານັ້ນ ເຈົ້າຕ້ອງສໍາຫຼວດສິ່ງທີ່ບໍ່ຄາດຄິດ.
ເກຍຊ່ວຍໃຫ້ເຈົ້າກ້າວຕໍ່ໄປ ແລະ ພົບແຮງບັນດານໃຈໃໝ່
ເຮົາຂໍໃຫ້ຜູ້ສ້າງນະວັດຕະກໍາຂອງເຮົາຈົ່ງເດີນໜ້າ ແລະ ກ້າວຕໍ່ໄປເພາະມັນຈະນໍາໄປສູ່ແຮງບັນດານໃຈໃນທ້າຍທີ່ສຸດ.








ຄວາມຄິດສ້າງສັນເປັນຜົນມາຈາກຮ່າງກາຍ ແລະ ແນວຄິດຈິດໃຈເຄື່ອນໄຫວຍ່າງບໍ່ຢຸດຢັ້ງ.
ນອກເໜືອຈາກການເຄື່ອນໄຫວທາງກາຍຍະພາບແລ້ວ,
ເຮົາກໍານົດແຮງບັນດານໃຈໃໝ່ວ່າ ເປັນການເຄື່ອນໄຫວຂອງຄວາມຄິດ ທີ່ກໍານົດຄວາມຄິດໃຫ້ເປັນອາລົມ ແລະ ສ້າງຄວາມເປັນໄປໄດ້ໃໝ່ໆ.
ສຳນວນນີ້ສະແດງໃຫ້ເຫັນວ່າພວກເຮົາບໍ່ໄດ້ເປັນພຽງແຕ່
“ພາຫະນະ” ທີ່ພຽງແຕ່ເຄື່ອນຍ້າຍຈາກບ່ອນໜຶ່ງໄປບ່ອນອື່ນໄດ້ແນວໃດ.
ເກຍໃຫ້ເວລາ ແລະ ພື້ນທີ່ສໍາລັບການເຄື່ອນໄຫວຂອງຄວາມຄິດນີ້.

ການເຄື່ອນໄຫວເຮັດໃຫ້ຄົນສາມາດເຫັນສະຖານທີ່ໃໝ່, ພົບປະຜູ້ຄົນໃໝ່ໆ, ແລະ ມີປະສົບການໃໝ່ໆ.

 
 
 
ຂ້ອຍຕ້ອງເຮັດຫຍັງຕື່ມອີກ?
ເປັນຫຍັງມັນຈິ່ງບໍ່ເກີດຂື້ນກັບຂ້ອຍ?
ຈະເປັນແນວໃດຖ້າຂ້ອຍບໍ່ພົບສິງໃດໜຶ່ງ?
ນີ້ແມ່ນຄຳຖາມທີ່ພວກເຮົາຖາມໃນການຄົ້ນຫາແນວຄວາມຄິດ.

ແນວຄວາມຄິດທ້າທາຍສິ່ງທີ່ເປັນໄປໄດ້ຂອງມະນຸດ,
ເພື່ອສ້າງຄວາມກ້າວໜ້າ, ເພື່ອປ່ຽນທັດສະນະຂອງພວກເຮົາ.
ເພື່ອເຮັດໃຫ້ໂລກຂອງເຈົ້າ ແລະ ໂລກຂອງພວກເຮົາເປັນບ່ອນທີ່ດີກວ່າ.
ເສັ້ນທາງສູ່ຄວາມຄິດກໍ່ແມ່ນການເດີນທາງໄປສູ່ຄວາມເປັນໄປໄດ້.
ຄວາມຄິດຍັງບໍ່ເຄີຍລໍຖ້າໃຜ
ມັນຈະປາກົດຂື້ນມາໃນບາງຄັ້ງທີ່ເຈົ້າຄາດບໍ່ເຖິງ.
ມັນຢູ່ໃນພື້ນທີ່ທີ່ເຮົາຍັງບໍ່ໄດ້ສໍາຫຼວດ.
ເພື່ອຈະຄົ້ນຫາມັນ, ແມ່ນເຈົ້າຕ້ອງກ້າວເດີນຕໍ່ໄປ